ເມືອງບໍລົມ​ສຸ​ກະເສີມ

holy city

     ຂ້າພະເຈົ້າ​ຢາກ​ຈະ​ບອກ​ໃຫ້​ທ່ານ​ຮູ້​ເຖິງ​ເມືອງ​ປະລາດ​ອັດສະ​ຈັນ  ເມືອງ​ໜຶ່ງ​ທີ່​ບໍ່​ມີ​ນ້ຳ​ຕາ​ຫຼື​ການ​ເຈັບ​ອົກ​ເຈັບ​ໃຈ  ເມືອງ​ເຊິ່ງ​ບໍ່​ມີ​ການ​ປ່ວຍ​ໄຂ້  ການ​ເຈັບ​ປວດ​ຫຼື​    ຄວາມ​ຕາຍ  ປະຊາຊົນ​ທີ່​ຢູ່​ໃນ​ເມືອງ​ນີ້​ບໍ່​ມີ​ການ​ເມື່ອຍ​ເລີຍ  ເຂົາ​ບໍ່​ຕ້ອງການ​ແບກ​ວຽກ​ແລະ​ເຂົາ​ບໍ່​ຮູ້​ຈັກ​ແກ່  ບໍ່​ມີ​ໃຜ​ເຄີຍ​ກ່າວ​ຄຳ​ອຳ​ລາ​ກັນ​ແລະ​ກັນ  ເພາະ​ບໍ່​ມີ​ການ​ທີ່​ຈະ​ຕ້ອງ​ແຕກ​ແຍກ​ຈາກ​ກັນ​ແລະ​ບໍ່​ມີ​ຄວາມ​ຜິດ​ຫວັງ​ໃດ ໆ ທັງ​ສິ້ນ.

     ເມືອງ​ທີ່​ຂ້າພະເຈົ້າ​ກຳລັງ​ກ່າວ​ນີ້​ບໍ່​ມີ​ກິເລດ​ບາບ​ເພາະ​ບໍ່​ມີ​ຈັກ​ຄົນ​ເຮັດ​ຜິດ​ເຮັດ​ຊົ່ວ​ເລີຍ  ບໍ່​ມີ​ເຫດ​ໃດ ໆ ຖ້າ​ທ່ານ​ຈະ​ເດີນ​ທາງ​ໄປ​ຕັ້ງ​ພັນ​ກິ​ໂລແມັດ​ທ່ານ​ຈະ​ບໍ່​ໄດ້​ເຫັນ​ປາ​ແຮ່ວ​ຫຼື​ພິທີການ​ເຜົາ​ສົບ  ບໍ່​ມີ​ຜູ້​ເຮັດ​ໂຮງ​ມ້ຽນ​ສົບ  ທີ່​ນັ້ນ​ຈະ​ບໍ່​ຕ້ອງການ​ຄົນ​ຂຸດ​ຂຸມ​ຝັງ​ສົບ​ຫຼື​ບໍ່​ຕ້ອງການ​ຫີບ​ໃສ່​ສົບ​ເພາະ​ບໍ່​ມີ​ຄົນ​ຕາຍ  ເສື້ອ​ຜ້າ​ທີ່​ເຂົາ​ໃສ່​ຈະ​ສວ່າງ​ສຸກ​ໃສ  ສ່ອງ​ແສງ​ເລື່ອມ ໆ ຈະ​ບໍ່​ມີ​ຜູ້​ໃດ​ແຕ່ງ​ຕົວ​ໄວ້​ທຸກ​ເລີຍ.

     ນີ້​ເປັນ​ເມືອງ​ທີ່​ບໍ່​ມີ​ສິ່ງ​ໃດ​ເນົ່າ​ເປື່ອຍ​ແລະ​ບໍ່​ປ່ຽນແປງ  ກິ່ນ​ດອກ​ໄມ້​ກໍ​ບໍ່​ຫາຍ​ຫອມ  ໃບ​ໄມ້​ກໍ​ຂຽວ​ຢູ່​ເປັນນິດ  ບໍ່​ມີ​ຟ້າ​ຮ້ອງ  ບໍ່​ມີ​ພູ​ໄຟ​ແຕກ​ແລະ​ບໍ່​ມີ​ແຜ່ນດິນ​ໄຫວ  ບໍ່​ມີ​ພາຍຸ​ແຮງ​ແລະ​ບໍ່​ມີ​ຟອງ​ໃຫຍ່​ຕີ​ຝັ່ງ​ທີ່​ງາມ​ນັ້ນ​ເລີຍ  ບໍ່​ມີ​ແມ່​ພ​ຍາດ​ຫຼື​ໄຂ້​ຕ່າງ ໆ  ບໍ່​ມີ​ພະ​ຍາດ​ຕິດ​ຕໍ່​ຢ່າງ​ໃດ  ບໍ່​ມີ​ແສງ​ແດດ​ແຕ່​ກໍ​ຍັງ​ສວ່າງ​ຢູ່​ຕລອດ​ເວລາ  ເພາະ​ບໍ່​ມີ​ກາງຄືນ  ໃນ​ເມືອງ​ນັ້ນ​ຈະ​ບໍ່​ຮ້ອນ​ຫຼາຍ​ຫຼື​ໜາວ​ຫຼາຍ​ອາກາດ​ຈະ​ພຽງ​ພໍ​ສະບາຍ​ສະ​ເໝີ  ທ້ອງ​ຟ້າ​ຜ່ອງ​ໃສ  ບໍ່​ມີ​ເມກ​ມືດ​ບັງ​ແລະ​ພາຍຸ​ຮ້າຍ​ກໍ​ບໍ່​ພັດ​ຜ່ານ.

     ບໍ່​ມີ​ຄົນ​ເມົາ​ເຫຼົ້າ​ໃນ​ເມືອງ​ນີ້  ເພາະ​ບໍ່​ມີ​ຜູ້​ໃດ​ເຄີຍ​ດື່ມ​ເຫຼົ້າ  ບໍ່​ມີ​ຄົນ​ຜິດ​ສິນ​ທຳ​ຊາຍ​ແລະ​ຍິງ​ທຸກ​ຄົນ​ບໍລິສຸດ​ເໝືອນ​ກັນ  ບໍ່​ມີ​ເດັກ​ນ້ອຍ​ທີ່​ເກີດ​ນອກ​ກົດ​ໝາຍ  ບໍ່​ມີ​ຄຸກ​ຫຼື​ໂຮງ​ຮຽນ​ດັດ​ສັນດານ​ເຊິ່ງ​ສະ​ແດງ​ເຖິງ​ຄວາມ​ເສື່ອມ​ຂອງ​ເມືອງ​ນີ້  ປະ​ຕູ​ບ້ານ​ບໍ່​ຕ້ອງ​ມີ​ຂໍ​ກະແຈ  ປ່ອງຍ້ຽມ​ບໍ່​ຕ້ອງ​ມີ​ເຫຼັກກັນຂະໂມຍ​ເພາະ​ວ່າ​ບໍ່​ມີ​ຂະ​ໂມຍ​ຫຼື​ໂຈນ  ໜັງ​ສື​ເຊິ່ງ​ເຕັມ​ໄປ​ດ້ວຍ​ຣາ​ຄະ​ຕັນຫາ​ຕ່າງ ໆ ບໍ່​ມີ​ອ່ານ​ແລະ​ຮູບ​ປະຈານ​ຂາຍ​ໜ້າ​ຕ່າງໆ ກໍ​ບໍ່​ໄດ້​ເຫັນ  ບໍ່​ຕ້ອງ​ເສຍ​ພາສີອາກອນ​ຫຼື​ເສຍ​ຄ່າ​ເຊົ່າ​ເລີຍ  ເປັນ​ເມືອງ​ທີ່​ພົ້ນ​ຈາກ​ການ​ເສິກ​ສົງຄາມ​ແລະ​ພົ້ນ​ຈາກ​ເລືອດ​ຕົກ​ຢາງ​ອອກ.

     ແຕ່​ຂໍ​ໃຫ້​ຂ້າພະເຈົ້າ​ໄດ້​ບອກ​ທ່ານ​ຕໍ່​ໄປ​ອີກ​ຈັກ​ໜ້ອຍ​ເທ້ີນ  ບໍ່​ມີ​ຄົນ​ເສຍ​ອົງຄະ​ທີ່​ຈະ​ພົບ​ເຫັນ​ຈັກ​ແຫ່ງ​ໜຶ່ງ  ບໍ່​ມີ​ຄົນ​ຜິດ​ປັກ​ກະຕິ​ຫຼື​ຄົນ​ງ່ອຍ  ບໍ່​ມີ​ຈັກ​ຄົນ​ໜຶ່ງ​ຕາບອດ​ຫູ​ໜວກ​ຫຼື​ເປັນ​ໃບ້  ບໍ່​ຕ້ອງ​ຕັ້ງ​ສູນ​ກາງ​ຮັກສາ​ຄົນ​ເຫຼົ່າ​ນີ້​ເພາະ​ເຂົາ​ມີ​ຮ່າງ​ກາຍ​ສົມບູນ​ສຸກ​ສະບາຍ​ແລະ​ແຂງ​ແຮງ  ຈະ​ບໍ່​ພົບ​ຄົນ​ຂໍທານ​ຕາມ​ທາງ​ຫຼື​ຄົນ​ອົດ​ຢາກ​ອະນາຖາ  ເພາະ​ທຸກ​ຄົນ​ມີ​ທຸກ​ສິ່ງ​ບໍລິບູນ  ຄົນ​ໃນ​ເມືອງ​ນີ້​ບໍ່​ເຄີຍ​ໄດ້​ເປັນ​ພະ​ຍາດ​ຂີ້ທຸກ  ພະ​ຍາດ​ຊີ້ນ​ປົ່ງ   ເປັນ​ເປ້ຍ​ແລະ​ພະ​ຍາດ​ປອດ​ແຫ້ງ​ເລີຍ  ຈິ່ງ​ບໍ່​ຕ້ອງການ​ໂຮງ​ໝໍ​ແລະ​ບໍ່​ມີ​ໂຮງ​ໝໍ​ພະ​ຍາດ​ຈິດ​ເພາະ​ບໍ່​ມີ​ຄົນ​ສະຕິ​ເສຍ.

     ແຕ່​ທ່ານ​ຈະ​ຖາມ​ຂ້າພະເຈົ້າ​ວ່າ​ເປັນ​ຫຍັງ​ຂ້າພະເຈົ້າ​ຈິ່ງ​ຮູ້​ໝົດ​ຢ່າງ​ນີ້  ຂ້າພະເຈົ້າ​ເຄີຍ​ໄປ​ມາ​ແລ້ວ​ຫຼື  ບໍ່​ແມ່ນ​ຊັ້ນ  ຂ້າພະເຈົ້າ​ຍັງ​ບໍ່​ມີ​ສິດ​ທີ່​ຈະໄດ້​ໄປ​ຍ້ຽມ​ເມືອງ​ມະ​ຫາ​ອັດສະ​ຈັນ​ທີ່​ຂ້າພະເຈົ້າ​ເວົ້າ​ເຖິງ​ນີ້​ດອກ  ແຕ່​ມີ​ຜູ້​ທີ່​ເຄີຍ​ຢູ່​ທີ່​ນັ້ນ​ມາ​ດົນ​ນານ  ທ່ານ​ຜູ້​ນັ້ນ​ຄື​ພຣະ​ເຢ​ຊູ​ຄຣິດ​ພຣະ​ອົງ​ໄດ້​ມາ​ແລ້ວ​ແລະ​ໄດ້​ຊົງ​ບອກ​ແກ່​ຂ້າພະເຈົ້າ​ເຖິງ​ເມືອງ​ນີ້​ມາກ​ຫຼາຍ  ພຣະ​ອົງ​ຊົງ​ກ່າວ​ວ່າ​ນີ້​ແຫຼະ​ເມືອງ​ບໍລົມ​ສຸ​ກະເສີມ  ນີ້​ແຫຼະ​ສະຫວັນ​ພຣະ​ອົງ​ໄດ້​ກ່າວ​ເຖິງ​ລັກສະນະ​ຂອງ​ເມືອງ​ນັ້ນ​ວ່າ.

     “ເບິ່ງ​ແມ໋​ທີ່​ສະຖິດ​ຂອງ​ພຣະ​ເຈົ້າ​ກໍ​ຕັ້ງ​ຢູ່​ກັບ​ມະນຸດ​ແລ້ວ​ພຣະ​ອົງ​ຈະ​ຊົງ​ສະຖິດ​ຢູ່​ກັບ​ເຂົາ  ເຂົານັ້ນແຫຼະໄພ່ພົນຂອງພຣະອົງແລ້ວພຣະເຈົ້າເອງແຫຼະຈະຊົງສະຖິດຢູ່ກັບ

ເຂົາຈະ​ຊົງ​ເຊັດ​ນ້ຳ​ຕາ​ທຸກ ໆ ຍົດ​ຈາກ​ຕາ​ຂອງ​ເຂົາ  ແລ້ວ​ຄວາມ​ຕາຍ​ຈະ​ບໍ່​ມີ​ຕໍ່​ໄປ  ຊ້ຳ​ຄວາມ​ໂສກ​ເສົ້າ​ກໍ​ດີ  ຄວາມ​ຮ້ອງ​ໄຫ້​ກໍ​ດີ  ຫຼື​ຄວາມ​ເຈັບ​ປວດ​ກໍ​ຈະ​ບໍ່​ມີ​ຕໍ່​ໄປ​ເພາະ​ວ່າ​ສິ່ງ​ທີ່​ມີ​ຄາວ​ກ່ອນ​ນັ້ນ​ກໍ​ລ່ວງ​ໄປ​ແລ້ວ”.

     ທ່ານ​ຢາກ​ເຂົ້າ​ໄປ​ຢູ່​ໃນ​ເມືອງ​ມະ​ຫາ​ອັດສະ​ຈັນ  ເມືອງ​ບໍລິສຸດ​ເຊິ່ງ​ບໍ​ມີ​ການເກີດ​ແກ່​ເຈັບ​ຕາຍ​ນີ້​ບໍ່​ຈົ່ງ​ຈັດ​ແຈງ​ໃຫ້​ພ້ອມ​ແຕ່​ດຽວ​ນີ້  ສິ່ງ​ທີ່​ທ່ານ​ຕ້ອງ​ເຮັດ​ກໍ​ຄື​ເປີດ​ຈິດ​ໃຈ  ທູນ​ຂໍ​ພຣະ​ເຢ​ຊູ​ຄຣິດ​ຜູ້​ຊົງ​ປົກ​ຄອງ​ເມືອງ​ນັ້ນ​ໃຫ້​ສະເດັດ​ເຂົ້າ​ມາ​ໃນ​ຈິດ​ໃຈ​ດຽວ​ນີ້  ເມື່ອ​ຊີ​ວິດ​ຂອງ​ທ່າ​ນາ​ເຖິງ​ທີ່​ສຸດ​ປາຍ​ແລ້ວ​ທ່ານ​ກໍ​ຈະ​ໄດ້​ໄປ​ຢູ່​ໃນ​ເມືອງ​ມະ​ຫາ​ອັດສ​ະຈັນ​ນີ້​ແລະ​ຈະ​ຢູ່​ທີ່​ນັ້ນ​ຕະລອດ​ໄປ​ເປັນນິດ  ທ່ານ​ຈະ​ຍອມ​ຮັບ​ພຣະ​ເຢ​ຊູ​ບໍ່​ເຊີນ​ຮັບ​ພຣະ​ອົງ.

     “ໃນ​ຜາ​ສາດ​ພຣະ​ບິດາ​ຂອງ​ເຮົາ​ມີ​ບ່ອນ​ຢູ່​ຫຼາຍ​ບ່ອນ...ເຮົາ​ໄປ​ຈັດ​ແຈງ​ບ່ອນ​ສຳ​ຫຼັບ​ພວກ​ທ່ານ​ແລ້ວ.”

     “ເພາະ​ວ່າ​ພຣະ​ເຈົ້າ​ຊົງ​ຮັກ​ມະ​ນດຸ​ສ​ະໂລກ​ພຽງ​ນັ້ນ​ຈົນ​ໄດ້​ປະທານ​ໃຫ້​ຍັງ​ພຣະ​ຣາ​ຊ​ບຸດ​ອົງ​ດຽວ​ຂອງ​ພຣະ​ອົງ​ເພື່ອ​ທຸກ​ຄົນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ພຣະ​ບຸດ​ນັ້ນ​ຈະ​ບໍ່​ໄດ້​ຈິບຫາຍ  ແຕ່​ວ່າ​ຈະ​ມີ​ຊີ​ວິດ​ອັນ​ຕະລອດ​ໄປ​ເປັນນິດ.”

     “ແຕ່​ວ່າ​ຄົນ​ທັງ​ຫຼາຍ​ທຸກ​ຄົນ​ທີ່​ໄດ້​ຕ້ອນ​ຮັບ​ພຣະ​ອົງ  ພຣະ​ອົງ​ຊົງ​ໂຜດ​ໃຫ້​ມີ​ສິດ​ຈະ​ກາຍ​ເປັນ​ລູກ​ຂອງ​ພຣະ​ເຈົ້າ​ຄື​ຄົນ​ທັງ​ຫຼາຍ​ທີ່ໄວ້​ວາງ​ໃຈ​ໃນ​ພຣະ​ນາມ​ຂອງ​ພຣະ​ອົງ.”

     “ດ້ວຍ​ວ່າ​ທີ່​ທ່ານ​ທັງ​ຫຼາຍ​ໄດ້​ຖືກ​ຊົງ​ໂຜດ​ໃຫ້​ພົ້ນ​ນັ້ນ​ກໍ​ຍ້ອນ​ດ້ວຍ​ທາງ​ຄວາມ​ເຊື່ອ​ແລະ​ອັນ​ນີ້​ບໍ່​ແມ່ນຈາກ​ທ່ານ  ແມ່ນ​ຂອງ​ພຣະ​ຣາ​ຊ​ທານ​ຈາກ​ພຣະ​ເຈົ້າ  ບໍ່​ແມ່ນຍ້ອນ​ການ​ປະຕິບັດ  ຢ້ານ​ວ່າ​ຈະ​ມີ​ຜູ້​ໃດໜຶ່ງ​ຜູ້​ໃດ​ອວດ​ຕົວ​ໄດ້.”

     “ໃນ​ຜູ້​ອື່ນ​ໃດ ໆ ຄວາມ​ພົ້ນ​ກໍ​ບໍ່​ມີ  ບໍ່​ມີ​ນາມ​ຊື່​ອື່ນ​ໃດ ໆ ທົ່ວ​ໃຕ້​ຟ້າ​ທີ່​ຊົງ​ໂຜດ​ປະທານ​ແກ່​ມະ​ນຸ​ດສ​ະໂລກ​ເພື່ອ​ເຮົາ​ທັງ​ຫຼາຍ​ຈະ​ຕ້ອງ​ໄດ້​ພົ້ນ.”

    

     ເຊີນ​ທ່ານ​ຜູ້​ສົນໃຈ​ຕິດ​ຕໍ່​ທີ່  ຄຣິ​ສ​ຕະ​ຈັກ​ທີ່​ມີ​ຢູ່​ໃກ້ທ່ານ

Go Back to Main Menu